Wednesday, March 11, 2015
Tuesday, March 3, 2015
ຊຳເໜືອ

![]() |
Add caption |
ເມືອງຊຳເໜືອເປັນເມືອງເອກຂອງແຂວງຫົວພັນມີຊາຍແດນຕິດກັບຫວຽດນາມຕັ້ງຢູ່ທ່າມກາງຮ່ອມພູ ອັນຂຽວຂະຈີທີ່ຄວາມສູງ1,200ແມັດເປັນເມືອງທີ່ມີວິວທິວທັດທີ່ສວຍງາມ ຕະຫລາດໃນເມືອງຍາມເຊົ້າຈະມີຊາວເຜົ່າຕ່າງໆອອກມາຍ່າງຊື້ເຄື່ອງບ່ອນນີ້ ເປັນຕະຫລາດໃຫຍ່ທີ່ສຸດໃນເຂດນີ້ ມີສິນຄ້າໃຫ້ເລືອກຫລາກຫລາຍ ທັງອາຫານສົດ, ອາຫານແຫ້ງ ຈາກຈີນ,ຫວຽດນາມ ແລະ ໄທ. ຜ້າຕ່ຳມື ຊຶ່ງເປັນສິນຄ້າທີ່ມີຊື່ສຽງ ຂອງລາວ ທີ່ສົ່ງໄປຂາຍ ຫລວງພະບາງ ແລະ ນະຄອນຫຼວງວຽງຈັນ ມີລວດລາຍທີ່ປານີດສວຍງາມ.
ເມືອງວຽງໄຊເປັນອະດີດສູນບັນຊາການໃຫຍ່ຂອງກຸ່ມຜູ້ນຳຂະບວນການປະເທດລາວ ມີຫມູ່ບ້ານຊົນພື້ນເມືອງຫຼາກ ຫຼາຍວັດທະນະທຳ, ທັງເປັນດິນແດນທີ່
ງົດງາມ ແລະ ພິລະອາດຫານ ທິວທັດທຳມະຊາດພູຜາປ່າໄມ້ທີ່ຂຽວສົດງົດງາມແລະທົ່ງນາຍາວຢຽດທອດໄປຕາມແນວພູຜາ ເປັນສິ່ງສວຍງາມຍິ່ງ ແລະ ຍັງເປັນທີ່
ຕັ້ງທາງປະຫວັດສາດໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ທີ່ເຂົ້າມາຮຸກຮານດິນແດນແຫ່ງນີ້ເດີມມີຊື່ວ່າທົ່ງນາໄກ່ເນື່ອງຈາກໃນເຂດນີ້ມີໄກ່ປ່າຫລວງຫລາຍ ພາຍຫລັງສົງຄາມໄດ້ຍຸຕິລົງ ທົ່ງນາໄກ່ ໄດ້ປ່ຽນຊື່ມາເປັນ ເມືອງ ວຽງໄຊ ປະກອບດ້ວຍ 4 ບ້ານ
ທິດເໜືອ ແມ່ນ ບ້ານ ລ່ອງກູ້ ທິດໃຕ້ຄື ບ້ານ ຊຽງຊື້ ແລະ ບ້ານ ນາໄກ່ໃຕ້, ທິດຕະເວັນ
ຕົກສຽງເໜືອຄືບ້ານ ບັກ ແລະບ້ານນາໄກ່ເໜືອຢູ່ໃຈກາງ ທິດເໜືອຕິດພູແຕ້ມ ທິດໃຕ້
ຕິດພູແຄທິດຕະເວັນຕົກຕິດສາຍພູຂຽວ ທິດຕະເວັນອອກຕິດທາງເລກທີ16ສະຖານທີ່ແຫ່ງນີ້ເປັນພູຜາຫິນເຕັມໄປດ້ວຍຖ້ຳທຳມະຊາດລວມເຖິງ 102 ຖ້ຳ ປະກອບດ້ວຍຖ້ຳ
ສຳຄັນຫຼາຍຖ້ຳ.
Subscribe to:
Posts (Atom)