ແຂວງຫົວພັນມີຮູບຮ່າງກ້ວາງອອກທາງດ້ານຂ້າງຫຼາຍກ່ວາລວງນອນ,
ມີຄວາມກ້ວາງປະມານ 186 Km ແລະ ລວງຍາວປະມານ 157 Km.
ມີເນື້ອທີ່ທັງໝົດ
16,500 km² , ມີພົນລະເມືອງປະມານ 302,809 (2008 ຄາດຄະເນ)ຄົນ, ແຂວງຫົວພັນ ປະກອບດ້ວຍ 9 ເມືອງຄື:
1.
ເມືອງຊຳເໜືອ
2. ເມືອງວຽງໄຊ
3. ເມືອງວຽງທອງ
4. ເມືອງຊຳໃຕ້
5. ເມືອງຫົວເມືອງ
6. ເມືອງຊຽງຄໍ້
7. ເມືອງແອດ
8. ເມືອງສົບເບົາ
9.
ເມືອງກັວນ
ເມືອງ ຊຳເໜືອ ເປັນເມືອງເອກ ຂອງ ແຂວງ ຫົວພັນ ມີຊາຍແດນຕິດກັບ
ຫວຽດນາມ ຕັ້ງຢູ່ທ່າມກາງຮ່ອມພູອັນ ຂຽວຂະຈີ ທີ່ຄວາມສູງ 1,200 ແມັດ ເປັນເມືອງທີ່ມີວິວທິວທັດທີ່ສວຍງາມຕະ
ຫລາດໃນເມືອງຍາມເຊົ້າຈະມີຊາວເຜົ່າຕ່າງໆ ອອກມາຍ່າງຊື້ເຄື່ອງບ່ອນນີ້ເປັນ ຕະຫລາດໃຫຍ່ທີ່ສຸດໃນເຂດນີ້ມີສິນຄ້າ
ໃຫ້ເລືອກຫລາກຫລາຍທັງອາຫານສົດ, ອາຫານແຫ້ງ ຈາກຈີນ,ຫວຽດນາມແລະໄທ
ຜ້າຕ່ຳມືຊຶ່ງເປັນສິນຄ້າທີ່ມີຊື່ສຽງຂອງລາວທີ່ສົ່ງໄປຂາຍຫລວງພະບາງແລະນະຄອນຫຼວງວຽງຈັນ ມີລວດລາຍທີ່ປານີດສວຍງາມ.
ພູມສັນຖານຢູ່ແຂວງຫົວພັນສ່ວນຫຼາຍຈະເປັນສາຍພູ ແລະ ພູສູງ,
ຜາຊັນ, ເຫວເລິກ,ພູພຽງຂະໜາດນ້ອຍ. ເນື້ອທີ່ສ່ວນຫຼາຍແມ່ນກວມເອົາພູສູງແລະພູຕ່ຳ
ສ່ວນທົ່ງພຽງແມ່ນມີພຽງເລັກນ້ອຍທີ່ຢູ່ຕາມແຄມແມ່ນໍ້າສ່ວນຫຼາຍແມ່ນຢູ່ລຽບຕາມນໍ້າມ້າແລະ
ຕາມຮ່ວມພູທີ່ເກີດຂື້ນເອງຕາມທຳມະຊາດ.
ພູມສັນຖານແຂວງຫົວພັນຈະມີລັກສະນະອ່ຽງຈາກພາກຕາເວັນຕົກ ແລະຕາເວັນຕົກສ່ຽງໃຕ້ໄປທາງພາກຕາເວັນອອກແລະຕາເວັນອອກສ່ຽງໃຕ້.
ແຫຼ່ງທ່ອງທ໋ຽວ
ສີລະປະວັນນະຄະດີ
ການຕ່ຳຫູກທໍ່ໄຫມ
No comments:
Post a Comment